ວິໄສທັດ
ເພື່ອເປັນບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມອັນດັບຕົ້ນໆ ທີ່ ລູກຄ້າເລືອກເປັນມືອາຊີບທີ່ຕ້ອງການ ແລະ ໄດ້ຮັບການຍອມຮັບວ່າເປັນອົງກອນທີ່ເຂົາຢາກເຮັດວຽກນໍາ.
ເພື່ອສະໜອງການບໍລິການທີ່ປຶກສາດ້ານສິ່ງແວດລ້ອມທີ່ມີຄຸນນະພາບທີ່ດີທີ່ສຸດ, ຮັກສາລະດັບມາດຕະຖານຄວາມເປັນມືອາຊີບ, ພ້ອມທັງສືບຕໍ່ປັບປຸງນະວັດຕະກໍາ, ຄວາມຊໍານານ ແລະ ສຸມໃສ່ການເຕີບໂຕຂອງທຸລະກິດແບບຍືນຍົງ.
ການບໍລິການຂອງເຮົາ
ບໍລິສັດ ອິນໂນກຣີນ ເອັນຈີເນຍລິງ ຈໍາກັດ (ING), ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2011, ເປັນບໍລິສັດທີ່ປຶກສາຊັ້ນນໍາຂອງປະເທດລາວ ທີ່ຊ່ຽວຊານດ້ານການປະເມີນຜົນກະທົບຕໍ່ ສິ່ງແວດລ້ອມ ແລະ ສັງຄົມ, ການຕິດຕາມດ້ານສິ່ງແວດລ້ອມ, ການປະເມີນຜົນກະທົບຕໍ່ສຸຂະພາບ ແລະ ການສຶກສາຄວາມເປັນໄປໄດ້ຂອງໂຄງການ. ອິນໂນກຣີນໃຫ້ບໍລິການລູກຄ້າ ທີ່ຫຼາກຫຼາຍ ລວມທັງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດແລະ ມຸ່ງໝັ້ນໃນການໃຫ້ສະໜອງການບໍລິການທີ່ມີຄຸນນະພາບ ເພື່ອສະໜັບສະໜຸນການພັດທະນາຕາມນະໂຍບາຍສີຂຽວແບບຍືນຍົງໃນ ສປປ ລາວ.
ອ່ານເພິ່ມເຕິມບໍລິສັດ ອິນໂນກຣີນ ມີຄວາມຊ່ຽວຊານໃນການເປັນທີ່ປຶກສາກ່ຽວກັບໂຄງການດ້ານສິ່ງແວດລ້ອມໃນຫຼາກຫຼາຍປະເພດໂຄງການເຊັ່ນ: ການກໍ່ສ້າງ, ບໍ່ແຮ່, ພະລັງງານໄຟຟ້າ ແລະ ອີກຫຼາກຫຼາຍປະເພດໂຄງການ. ການໃຫ້ບໍລິການທີ່ຫຼາກຫຼາຍຂະແໜງ ຊ່ວຍໃຫ້ເຮົາສາມາດຮັບມືກັບໂຄງການທຸກຂະໜາດ ແລະ ຄວາມຫຍຸ້ງຍາກ ຕັ້ງແຕ່ໂຄງການນ້ອຍໆ ໄປຈົນເຖິງໂຄງການຂະໜາດໃຫຍ່ທີ່ມີຄວາມຊັບຊ້ອນ.
ທີມງານຂອງພວກເຮົາໄດ້ຮັບການນຳພາໂດຍ ຜູ້ຊ່ຽວຊານດ້ານເຕັກນິກວິຊາການທີ່ມີປະສົບການ ແລະ ມີຄຸນສົມບັດທີ່ເໝາະສົມ ຊຶ່ງເຮັດໜ້າທີ່ເປັນຜູ້ປະສານງານຫຼັກກັບລູກຄ້າ ເພື່ອໃຫ້ໝັ້ນໃຈໄດ້ວ່າ ການສື່ສານຖືກຕ້ອງ ແລະ ໂຄງການປະສົບຜົນສຳເລັດໄປດ້ວຍດີ. ເຮົາໃຫ້ຄວາມສຳຄັນໃນການຢູ່ແຖວໜ້າຂອງຄວາມກ້າວໜ້າໃນຂະແໜງການນີ້ ເພື່ອໃຫ້ບໍລິການທີ່ດີທີ່ສຸດແກ່ລູກຄ້າຂອງເຮົາ. ທີ່ອິນໂນກຣີນ ພວກເຮົາສະໜອງວິທີການແກ້ໄຂທີ່ມີປະສິດທິພາບ, ມີປະສິດທິຜົນ ແລະ ທັນສະໄໝທີ່ສຸດ ສຳລັບທຸກໂຄງການ.
ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (EIA)
ການປະເມີນຜົນກະທົບຕໍ່ສຸຂະພາບ (HIA)
ການສຶກສາຄວາມເປັນໄປໄດ້ຂອງໂຄງການ (FS)
ມາດຕະຖານການດໍາເນີນງານດ້ານສິ່ງແວດລ້ອມແລະສັງຄົມ (SESO)
ການສໍາຫຼວດພືດ ແລະ ສັດ (FFS)
ການປະເມີນສິ່ງແວດລ້ອມເບື້ອງຕົ້ນ (IEE)
ການຕິດຕາມຄຸນນະພາບດ້ານສິ່ງແວດລ້ອມ ແລະ ສັງຄົມ (ESM)
ການສໍາຫຼວດເສດຖະກິດ ແລະ ສັງຄົມຂອງຄົວເຮືອນທີ່ໄດ້ຮັບຜົນກະທົບ (SEASAH)
ກວດສອບດ້ານສິ່ງແວດລ້ອມ ແລະ ສັງຄົມ (ESDD)
ເພື່ອເປັນບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມອັນດັບຕົ້ນໆ ທີ່ ລູກຄ້າເລືອກເປັນມືອາຊີບທີ່ຕ້ອງການ ແລະ ໄດ້ຮັບການຍອມຮັບວ່າເປັນອົງກອນທີ່ເຂົາຢາກເຮັດວຽກນໍາ.
ເພື່ອສະໜອງການບໍລິການທີ່ປຶກສາດ້ານສິ່ງແວດລ້ອມທີ່ມີຄຸນນະພາບທີ່ດີທີ່ສຸດ, ຮັກສາລະດັບມາດຕະຖານຄວາມເປັນມືອາຊີບ, ພ້ອມທັງສືບຕໍ່ປັບປຸງນະວັດຕະກໍາ, ຄວາມຊໍານານ ແລະ ສຸມໃສ່ການເຕີບໂຕຂອງທຸລະກິດແບບຍືນຍົງ.